ຄວາມຫມາຍຂອງຄຳວ່າຄູ
ທຸກຄົນເກີດມາຕ້ອງມີຄູ ແລະ ທຸກຄົນຕ້ອງໄດ້ເປັນຄູ
#ຄຳວ່າຄູໃນພາສາບາລີວ່າ ຄຣຸ ແປວ່າຫນັກ ໃຫຍ່ຫຼືວ່າ ສູງ ຄຳວ່າຄຣູແປວ່າຫນັກນັ້ນ ຫມາຍເຖິງບຸກຄົນທີ່ຈະມາເປັນຄູນັ້ນຕ້ອງຜ່ານການສຶກສາຄົ້ນຄວ້າຮ່ຳຮຽນຢ່າງຫນັກ ຕ້ອງເປັນຄົນທີ່ມີຄວາມຮູ້.ມີປະສົບການ
ຄູນີ້ຄືບຸກຄົນທີ່ສຳຄັນ ແລະ ເປັນຄົນທີ່ມີຫນ້າທີ່ອແລະອາຊີບທີ່ເປັນຄູສອນນັກຮຽນນັກສຶກສາກ່ຽວກັບວິຊາຄວາມຮູ້,ຫຼັກການ,ວິຊາການແລະ ແນວທາງຕ່າງໆໂດຍມີວິທີສອນທີ່ແຈກຕ່າງກັນອອກໄປ.ຄູເປັນຜູ້ທີ່ໃຫ້ຂໍ້ຄິດແລະຊ່ວຍຊີ້ແຈງປັນຫາຕ່າງໆໂດຍຄຳນືງເຖິງຄວາມຮູ້ພື້ນຖານແລະຄວາມສາມາດ
#ຄູເຊິ່ງໃນສະໄຫມບູຮານກໍແມ່ນພຣະສົງຂອງເຮົາທີ່ເປັນຜູ້ສິດສອນເທດສະນາໃຫ້ແກ່ອອກຕົນຍາດໂຍມໃຫ້ຮູ້ສິນລະທຳຮູ້ຈັກດີແລະຊົ່ວ
ຄູເປັນຜູ້ທີ່ເຕີມເຕັມຂໍ້ຄິດໃນການສະແຫວງຫາຄວາມຮູ້ແລະຄວາມສາມາດຈະສອນໂດຍບໍ່ເຄີຍທໍ້ສອນໂດຍຄວາມຕັ້ງໃຈເພາະຄູຄືຜູ້ທີ່ຫນກແຫນ້ນໃນຄວາມຮູ້ຄວາມສາມາດ,ຫຼັກການ,ວິຊາການຂື້ນຊື່ວ່າຄູແລະບໍ່ແມ່ນແຕ່ຈະສອນຢູ່ແຕ່ໃນໂຮງຮຽນໃຫ້ເຮົາເທົ່ານັ້ນຄົນທີ່ບອກສອນເຮົາໄປໃນແນວທາງທີ່ດີສອນໃຫ້ເຮົາເປັນຄົນດີນັ້ນກໍ່ເອີ້ນຄູໄດ້ເຊັ່ນດຽວກັນເຊິ່ງຄູຄົນທຳອິດຂອງເຮົາກະຄືພໍ່ແມ່ທີ່ລ້ຽງດູກູເຊື່ອເຮົາມາແຕ່ນ້ອຍຈົນໃຫຍ່ສອນໃຫ້ເຮົາທຸກຢ່າງ
#ຄູປຽບເຫມືອແສງທຽນອັນສະຫວ່າງເຍືອງທສງໃຫ້ສິດຜ່ານ
ไม่มีความคิดเห็น:
แสดงความคิดเห็น