ðປະເພນີບຸນເຂົ້າປະດັບດິນ
ຄໍາວ່າ “ເຂົ້າປະດັບດິນ” ໄດ້ແກ່ເຂົ້າ
ແລະເຄື່ອງຫວານຂອງຄາວພ້ອມທັງໝາກພູຢາສູບທີ່ຫໍ່ດ້ວຍໃບຕອງກ້ວຍ
ຫຼືພາຊະນະອື່ນໆ(ດີແທ້ຄວນໃສ່ແຕ່ໃບຕອງບໍ່ຄວນໃສ່ຖົງຢາງຫຼືກັບໂຟມ)ແລ້ວນໍາໄປວາງໄວ້ຕາມໜ້າດິນບໍລິເວນໃນວັດ,
ອ້ອມວັດ,
ບ້ານເຮືອນ ແລະໄຮ່ນາຮົ້ວສວນ
ຫຼືຫ້ອຍໄວ້ຕາມຕົ້ນໄມ້ ເພື່ອທານໃຫ້ດວງວິນຍານບັນພະບູລຸດ
ແລະຍາດພີ່ນ້ອງຂອງຕົນເອີ້ນວ່າເຂົ້າປະດັບດິບ.
ການເຮັດບຸນເຂົ້າປະດັບດິນກໍານົດຂຶ້ນໃນວັນແຮມ 14 ຄໍ່າເດືອນເກົ້າ
(ເດືອນເກົ້າດັບ) ໂດຍມີຄວາມເຊື່ອມາແຕ່ບູຮານວ່າ
ມື້ເດືອນເກົ້າດັບເປັນມື້ທີ່ຈ່າຍົມພິບານປ່ອຍສັດນາຮົກໃຫ້ກັບຄືນມາໂລກມະນຸດ
ເພື່ອຮັບເອົາເຄື່ອງກິນຂອງທານຈາກຍາດຕິພີ່ນ້ອງທີ່ຍັງມີຊີວິດຢູ່ໃນໂລກມະນຸດໂດຍມີການທານໃນສອງລັກສະນະຄື
ການນໍາເຄື່ອງຫວານຂອງຄາວໄປຫ້ອຍ ຫຼືປະໄວ້ຕາມກໍາແພງວັດ, ຮົ້ວຮາວ
ແລະສະຖານທີ່ສໍາຄັນເຊັ່ນ ຕາມກໍາແພງ ຫຼືຮົ້ວເຮືອນຕາມໄຮ່ນາ. ນອກຈາກນັ້ນ, ຍັງມີການທໍາບຸນຖວາຍທານແກ່ພຣະສົງສາມະເນນເພື່ອອຸທິດສ່ວນບຸນກຸສົນຫາຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ.
ເນື່ອງຈາກວ່າ ຜີຫຼືອະສຸລະກາຍຈະກິນອາຫານດ້ວຍສອງວິທີຄື
ອາຫານທີ່ຄົນນໍາມາໄຫວ້ ຫຼືບູຊາຜີຈະມານັ່ງກິນເໝືອນກັບມະນຸດກິນເຂົ້າ
ແຕ່ເປັນການກິນດ້ວຍອຸປະທານຄື ກິນດ້ວຍຄວາມຍຶດໝັ້ນວ່າຕົນໄດ້ກິນສິ່ງນັ້ນສິ່ງນີ້
ແຊບແນວນັ້ນແນວນີ້ດັ່ງຄໍາເວົ້າວ່າ “ຜີກິນອາຍຄົນບາຍຕ່ອນ” ການກິນລັກສະນະນີ້
ເອີ້ນວ່າກິນດ້ວຍການນ້ອມຈິດເຂົ້າໄປກິນ
ແຕ່ການກິນລັກສະນະນີ້ເປັນການແກ້ໄຂສະເພາະໜ້າເທົ່ານັ້ນບໍ່ດົນຜີ
ຫຼືອະສຸລະກາຍເຫຼົ່ານັ້ນກໍກັບມາອຶດຫິວ ແລະມີອັດຕະພາບດັ່ງເດີມ
ແລະສໍາລັບເຂົ້າປາອາຫານທີ່ຍາດພີ່ນ້ອງຖວາຍແກ່ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້
ສະພາບຂອງອາຫານການກິນທັງຫຼາຍ ຈະແປສະພາບເປັນບຸນ ເປັນອາຫານທິບ ທີ່ພຽງແຕ່ຜີ
ຫຼືອະສຸລະກາຍນັ້ນນ້ອມຈິດຂອງຕົນອະນຸໂມທະນາຮັບເອົາກໍຈະຮູ້ສຶກອີ່ມເກີດເປັນປິຕິສຸກຄື
ມີຄວາມຮູ້ສຶກອີ່ມທາງໃຈປຽບເໝືອນຄົນທີ່ອີ່ມບຸນຈະບໍ່ຮູ້ສຶກອິດເມື່ອຍຫຼືຫິວເລີຍແຕ່ກັບຮູ້ສຶກມີຄວາມສຸກຢູ່ໃນໃຈ.
ນອກຈາກນັ້ນ, ການກິນລັກສະນະນີ້ທີ່ຍາດອຸທິດບຸນໃຫ້
ເປັນການຊ່ວຍເຫຼືອໃຫ້ເປັນການຊ່ວຍໃຫ້ພົ້ນທຸກຢ່າງຖາວອນ
ເພາະນອກຈາກຈະເຮັດໃຫ້ຫາຍຈາກຄວາມອຶດຫິວແລ້ວ ຍັງເຮັດໃຫ້ອັດຕະພາບຂອງຜີ
ຫຼືອະສຸລະກາຍເຫຼົ່ານັ້ນໄດ້ພົ້ນຈາກຄວາມທຸກໄດ້ສະເຫວີຍສຸກຕາມກໍາລັງບຸນທີ່ຍາດອຸທິດຫາອີກດ້ວຍ.
ການນໍາເອົາວັດຖຸເຄື່ອງຫວານເຄື່ອງຄາວໄປປະດັບໄວ້ດິນດັ່ງກ່າວນັ້ນນອກຈາກຈະເປັນການທານໃຫ້ແກ່ຍາດພີ່ນ້ອງແລ້ວຍັງເປັນການຜາຍແຜ່ແກ່ມະນຸດສັບພະສັດທັງຫຼາຍໃຫ້ໄດ້ຮັບທົ່ວເຖິງກັນຢ່າງອຸດົມສົມບູນເຊັ່ນຄົນທຸກຍາກ
ນົກໜູປູປີກ ແລະມົດແມງຕ່າງໆ ສະແດງເຖິງຄວາມເອື້ອເຟື້ອເຜື່ອແຜ່ວັດຖຸທານຂອງຕົນຢ່າງບໍ່ຫວງແຫນ.
ບຸນເຂົ້າປະດັບດິນຖືເປັນບຸນໜຶ່ງທີ່ສໍາຄັນຂອງຊາດເຊິ່ງເຈົ້າມະຫາຊີວິດຈະຕ້ອງໄດ້ເປັນແມ່ແບບໃນການນໍາໜ້າພາທາງປະຕິບັດເພື່ອຄວາມຢູ່ເຢັນເປັນສຸກຂອງບ້ານເມືອງ
ແລະປະຊາລາສະດອນດັ່ງປາກົດອອກໃນຄອງ 14 ຂອງພຣະລາຊາວ່າ
“
ເປັນທ້າວພະຍາ ຄັນຮອບເດືອນ 9 ດັບໃຫ້ປ່າວເຕືອນລາດສະດອນບ້ານເມືອງ
ຂອງຕົນທານຫໍ່ເຂົ້າປະດັບດິນໄປຫາປູ່ຍ່າຕາຍາຍລູກເຕົ້າ ຫຼານເຫຼັນອັນເຖິງແກ່ອະນິດຈະກຳ
ໄປສູ່ປະລະໂລກທົ່ວທຸກແຫ່ງ
ແລ້ວໃຫ້ເຈົ້ານາຍເສນາຂ້າລາດຊະການຫົວບ້ານຫົວເມືອງສິບຮ້ອຍນ້ອຍໃຫຍ່ລົງມາຖືນ້ຳພະພິພັດຖວາຍສັດສານຸສັດອີກເທື່ອໜຶ່ງ
ແລ້ວຊ່ວງເຮືອສະຫຼອງອຸສຸພະນາກປາກດົງ ແລະ ປາກຄານພະຍານາກ 15 ຕະກຸນ
ອັນຮັກສາບ້ານເມືອງຈຶ່ງຈະຢູ່ເຢັນເປັນສຸກເຂົ້າໄຮ່ນາບໍລິບູນ”.
ນອກຈາກບຸນເຂົ້າປະດັບດິນແລ້ວຢູ່ຫຼວງພະບາງຍັງມີການຈັດບຸນຊ່ວງເຮືອຂຶ້ນ
ອັນເປັນການສືບທອດຮີດຄອງມາແຕ່ສະໄໝອານາຈັກລາວລ້ານຊ້າງ ເຊິ່ງຈຸດປະສົງແມ່ນເພື່ອບູຊາ
ພະຍານາກ 15 ຕະກຸນ ອັນເປັນເທວະດາຮັກສາທາງນໍ້າຄື ນາງດໍາຢູ່ຄົກທອ່ນ, ນາງດ່ອນຢູ່ຄົກເຮືອ, ນາງຄໍາເຝືອຢູ່ເໜືອທ່າຊ້າງ, ທ້າວໂຕ່ງກວ້າງຂວາງຢູ່ປາກຄານ, ທ້າວທອງຈານຢູ່ຜາດ່ຽວ, ທ້າວຄໍາປ່ຽວຢູ່ຜາເສືອ, ທ້າວບຸນເຍືອຢູ່ກ້ອນກ່າຍຟ້າ, ທ້າວຄໍາຫຼ້າຢູ່ຜາບັງ, ທ້າວຄໍາປັງຢູ່ພູຊ້າງ, ທ້າວບຸນກວ້າງຢູ່ພູຊວງ, ທ້າວບຸນຍວງຢູ່ກ້ອງໝຶດແອ່ນ, ທ້າວຄໍາແທ່ນຢູ່ຜາຊະວາ, ທ້າວຈົງລົວຢູ່ຜາສຸມເສົ້າ(ຜາຍ່າເຖົ້າ), ອຸສຸພະນາກເຈົ້າຢູ່ເຝົ້າສົບດົງ
ແລະທ້າວໃຈຈໍານົງຢູ່ຮັກສາພຣະບາດ ສີສັດຕະນາກເຈົ້າຢູ່ເຝົ້າຈອມສີ.
ເພື່ອໃຫ້ບ້ານເມືອງຢູ່ເຢັນເປັນສຸກ
ທັງເປັນໄລຍະທີ່ມີນໍ້າອຸດົມສົມບູນສະດວກແກ່ການຊ່ວງເຮືອ ແລະໄດ້ກາຍມາເປັນປະເພນີປະຈໍາຂອງແຂວງຫຼວງພະບາງຈົນເທົ້າທຸກວັນນີ້.
ດັ່ງໄດ້ກ່າວໃນເບື້ອງຕົ້ນແລ້ວວ່າຄົນລາວບູຮານມີຄວາມເຊື່ອທີ່ສືບທອດກັນມາແຕ່ບູຮານນະການວ່າໃນມື້ວັນເດືອນເກົ້າດັບເປັນມື້ທີ່ຈ່າຍົມພິບານທີ່ຮັກສານາຮົກໄດ້ເປີດປະຕູນາຮົກປ່ອຍໃຫ້ສັດນາຮົກທັງຫຼາຍໄດ້ມີໂອກາດກັບມາຍັງໂລກມະນຸດເພື່ອຮັບເອົາວັດຖຸ
ຫວານຄາວ ແລະສ່ວນບຸນກຸສົນທີ່ຍາດຕິພີ່ນ້ອງພ້ອມໃຈກັນອຸທິດຫາ.
ນອກຈາກນັ້ນ, ຍັງມີເລື່ອງເລົ່າໄວ້ໃນທໍາມະບົດວ່າ
ໃນສະໄໝພຸດທະການຍາດຂອງພະເຈົ້າພິມພິສານໄດ້ພາກັນກິນຂອງສົງໂດຍບໍ່ໄດ້ຮັບອະນຸຍາດເຊັ່ນ
ອາຫານຫວານຄາວ
ແລະໝາກໄມ້ພາຍໃນວັດເມື່ອສິ້ນຊີບວາຍຊົນໄປຈຶ່ງໄດ້ເອົາຕົນເມືອເກີດເປັນເຜດໄດ້ຮັບຄວາມທຸກທໍລະມານ
ອຶດຢາກຫອດຫິວ ເຂົ້າຈະກິນກໍ່ບໍ່ມີ ຜ້າຈະນຸ່ງຫົ່ມກໍບໍ່ມີ ເປັນເຜດຜີເປືອຍຢູ່ໃນແຖວນັ້ນ
ມື້ໝຶ່ງພຣະເຈົ້າພິມພິສານເຂົ້າໄປຖວາຍທານ
ພວກຍາດພີ່ນ້ອງເຫຼົ່ານັ້ນຈຶ່ງເກີດຄວາມປິຕິຍິນດີເປັນຢ່າງຍິ່ງພ້ອມກັນມາຮັບເອົາຜົນບຸນ
ແຕ່ພຣະເຈົ້າພິມພິສານບໍ່ໄດ້ ອຸທິດຜົນສົ່ງໄປໃຫ້ພວກເຜດຍາດພີ່ນ້ອງຈຶ່ງບໍ່ໄດ້ຮັບຜົນທານ
ຕ່າງກໍມາສະແດງປະຕິກິລິຍາຮ້ອງໄຫ້ຄວນຄາງ ໃຫ້ປະກົດແກ່ເຈົ້າພິມພິສານ
ພຣະອົງສົງໄສວ່າແມ່ນເຫດອັນໃດຈຶ່ງໄດ້ນຳເອົາເລື່ອງນັ້ນເຂົ້າໄປຂາບທູນພຣະພຸດທະເຈົ້າ
ພຣະພຸດທະອົງຈຶ່ງໄດ້ຕັດ ບອກເລື່ອງນັ້ນໃຫ້ເຈົ້າພິມພິສານຊົງຊາບ ແລ້ວ ຈຶ່ງໄດ້ເຮັດທານ
ອຸທິດຜົນສົ່ງໄປໃຫ້ ພວກເຜດເຫຼົ່ານັ້ນຈຶ່ງໄດ້ຮັບຜົນທານ
ມີເຂົ້າປາອາຫານອຸດົມສົມບູນແຕ່ຍັງບໍ່ມີຜ້ານຸ່ງ ມື້ຕໍ່ມາພຣະເຈົ້າພິມພິສານຖວາຍຜ້າ
ແລ້ວອຸທິດຜົນສົ່ງໄປໃຫ້ອີກ. ພວກເຜດເຫຼົ່ານັ້ນຈຶ່ງອຸດົມສົມບູນໄປດ້ວຍອາຫານ
ພ້ອມທັງເຄື່ອງນຸ່ງຫົ່ມທຸກປະການ
ດ້ວຍເຫດຜົນນີ້ຍາດພີ່ນ້ອງຂອງເຮົາທັງຫຼາຍທີ່ລ່ວງລັບໄປແລ້ວ
ເມື່ອເຂົາເຈົ້າຍັງຢູ່ໃນເປຕະວິໄສຍັງບໍ່ໄດ້ໄປເກີດ ກຸສົນທີ່ເຮົາບຳເພັນໄປແລ້ວ
ກໍຈະອຳນວຍປະໂຫຍດສຸກໃຫ້ແກ່ທັງສອງຝ່າຍ ຄືທັງຍາດພີ່ນ້ອງຂອງເຮົາ ແລະແກ່ຕົວເຮົາອີກດ້ວຍ.
ເພາະສະນັ້ນ, ຈຶ່ງມີການເຮັດບຸນເຂົ້າປະດັບດິນສືບໆກັນມາຈົນເຖິງປັດຈຸບັນນີ້.
ມື້ແຮມ 13 ຄ່ຳ ເດືອນ 9 ກຽມຫາເຄື່ອງ
ອາຫານຫວານຄາວ,
ຫໍ່ເຂົ້າຕົ້ມ ເຂົ້າໜົມ ນໍ້າອ້ອຍ ນໍ້າຕານ ໝາກ ພູ ຍາດູດ
ໃຫ້ຄົບເພື່ອຈະໄດ້ເຮັດທານ ແລ້ວແບ່ງສ່ວນຂອງທານນັ້ນອອກເປັນ 4 ສ່ວນຄື
ທີ່ໜຶ່ງ ເອົາໄວ້ກິນກັນໃນຄອບຄົວ ສວນທີ່ສອງແບ່ງໃຫ້ຍາດຕິພີ່ນ້ອງ
ຫຼືຍາດມິດສະຫາຍບ້ານໃກ້ເຮືອນຄຽງ ສ່ວນທີ່ສາມ ແມ່ນອຸທິດຜົນໃຫ້ແກ່ຍາດພີ່ນ້ອງພໍ່ແມ່
ແລະຄົນທີ່ລ່ວງລັບໄປແລ້ວ ໃນສ່ວນນີ້ເພິ່ນຈະຫໍ່ເປັນຫໍ່ນ້ອຍໃຫ້ໄດ້ພໍສົມຄວນ
ເອົາໃບກ້ວຍມາຫໍ່ຂອງຫວານ 1
ຫໍ່ ຂອງຄາວ 1 ຫໍ່ ໝາກພູ ກອກຢາ 1 ຫໍ່
ແລ້ວຫຍິບຕິດກັນເປັນຫໍ່ໃຫຍ່ໃສ່ໃບຕອງ. ສ່ວນທີ່ສີ່ນັ້ນແມ່ນນໍາໄປຕັກບາດຖວາຍພຣະສົງ.
ໂດຍມີຂັ້ນຕອນດັ່ງນີ້
ພໍເຖິງ 4 ໂມງເຊົ້າ ມື້ແຮມ 14 ຄ່ຳ
ເດືອນ 9 ກໍເອົາເຄື່ອງສ່ວນທີ່ຈະເຮັດບຸນໃຫ້ແກ່ຍາດພີ່ນ້ອງທີ່ຕາຍໄປນັ້ນ
ໃສ່ກະຕ່າກະບຸງເອົາໄປຫ້ອຍໄວ້ຕາມກົກໄມ້ ຕາມເດີ່ນວັດ ນອກກໍາແພງວັດ ແລະໄຮ່ນາຮົ້ວສວນ
ສ່ວນນີ້ເຮົາຖືວ່າໄດ້ອຸທິດຜົນເພື່ອບຸບພະເປຕະພະລີແລ້ວ ຄັນແຈ້ງສວ່າງແລ້ວ ກໍເອົາສ່ວນທີ່
ຈັດໄວ້ສຳຫຼັບຖວາຍພຣະສົງນັ້ນໄປໂຮມກັນ ທີ່ສາລາໂຮງທໍາ ແລ້ວໄຫ້ວພຣະຮັບສິນ
ຕັກບາດຖວາຍສັງຄະທານ ຟັງທໍາມະເທດສະໜາ ແລ້ວຄາລະວະຮັບພອນຢາດນໍ້າເປັນອັນຈົບພິທີ.